ກ່ຽວກັບພວກເຮົາ ແລະ ທີມງານ

ໜ້າຫຼັກ / ກ່ຽວກັບພວກເຮົາ ແລະ ທີມງານ

ກຸ່ມບໍລິຫານກິດຈະການ ເອັສ-ທຸລະກິດ

ກຸ່ມບໍລິຫານກິດຈະການ ເອັສ-ທຸລະກິດ ເລີ້ມສ້າງຕັ້ງຂື້ນເມື່ອປີ 2009 ເປັນການຮ່ວມກັນລະຫວ່າງ ບໍລິສັດ ເອັສ-ທຸລະກິດການບັນຊີ ຈຳກັດ, ບໍລິສັດ ເອັສ-ທຸລະກິດ ຊອບແວ ຈຳກັດ ແລະ ບໍລິສັດ ເຄເອັສ ເອັນເຕີພາຍ ອິນໂຟ ໂຊລູຊັນ ຈຳກັດ ໃຫ້ບໍລິການດ້ານການບັນຊີ ການກວດສອບບັນຊີ ບໍລິການດ້ານອາກອນ ຈົດ ທະບຽນສ້າງຕັ້ງທຸລະກິດ ແລະລວມເຖີງການບໍລິການທີ່ກ່ຽວຂ້ອງກັບການບັນຊີແລະອາກອນດ້ວຍທິມງານຄຸນນະ ພາບທີ່ມີປະສົບການແລະຊ່ຽວຊານໃນວິຊາຊິບການບັນຊີແລະກວດສອບ, ກຸ່ມຜູ້ບໍລິຫານທີ່ມີຄວາມຊ່ຽວຊານແລະ ປະສົບການໃນສາຂາຄອມພິວເຕີແລະເຕັກໂນໂລຊີສາລະສົນເທດແລະປະສົບການໃນການພັດທະນາໂປຣແກຣມບັນຊີ ຫລາຍກ່ວາ 17 ປີ ວັນນີ້ໂປຣແກຣມບັນຊີໄດ້ຮັບໃບຢັ້ງຢືນຈາກກົມບັນຊີ ກະຊວງການເງິນເພື່ອໃຫ້ການ ສະຫຼຸບບັນຊີຂອງທ່ານເປັນໄປຢ່າງງ່າຍສະດວກວ່ອງໄວ. ຫົວໃຈສຳຄັນຂອງການໃຫ້ບໍລິການຂອງພວກເຮົາ “ກຸ່ມເອັສ-ທຸລະກິດ” ແມ່ນການຕັ້ງໝັ້ນພັດທະນາແລະຂະຫຍາຍ ຕົວດ້ານເຕັກໂນໂລຊີທີ່ກ້າວໜ້າ ທີ່ມີຄວາມຄິດສ້າງສັນ ເພື່ອການສະໜອງສິນຄ້າ ແລະບໍລິການໄດ້ຢ່າງຖືກໃຈແລະ ຫຼວງຫຼາຍ. “ກຸ່ມເອັສ-ທຸລະກິດ”ເພື່ອແບ່ງປະເພດທຸລະກິດ ອອກເປັນ 4 ປະເພດ ເຊີ່ງແຕ່ລະບໍລິສັດແມ່ນມີວິໃສທັດດຽວກັນຄື: 1. ບໍລິການ ດ້ານການບັນຊີ ການກວດສອບບັນຊີ ແລະ ບໍລິການດ້ານອາກອນ 2. ຄອມພິວເຕີ ແລະ IT-ເຕັກໂນໂລຊີ ສາລະສົນເທດ 3. ພັດທະນາໂປຣແກຣມ ຄອມພິວເຕີ ແລະໂປຣແກຣມບັນຊີ ແລະ 4. ການພັດທະນາ ຂະແໜ່ງອື່ນໆທີ່ຕິດພັນ ເພື່ອການຕໍ່ຍອດໃຫ້ທຸລະກິດ ໄດ້ຈະເລີນເຕີບໃຫຍ່ຂື້ນເລື້ອຍໆ.
2ຫຼັກສູດ
1ຜະລິດຕະພັນ
2ບໍລິການ

ທີມງານ

ບຸນຄ້ຳ ສຸລິຍະວົງ

ຜູ້ອຳນວຍການ / ສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA)-(ບໍລິສັດ SBS)

ບຸນມີ ກຸນລາດ

ຜູ້ອຳນວຍການ / ຝ່າຍພັດທະນາຊອບແວ ແລະ ໂຄງການ (ບໍລິສັດ Ks)

ສອນໄຊ ວົງພູທອນ

ຜູ້ອຳນວນການ / ສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA)-(ບໍລິສັດ SBA)

ອຸໄທ ສຸລິຍະວົງ

ຮອງຜູ້ອຳນວຍການ / ຝ່າຍພັດທະນາຊອບແວ ແລະ ໂຄງການ (ບໍລິສັດ SBS)

ວົງວິໄລ ສຸລິຍະວົງ

ຜູ້ຈັດການຝ່າຍການເງິນ ແລະ ບັນຊີ / ສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA)-(ບໍລິສັດ SBS)

ລັດສະໝີ ສຸລິຍະວົງ

ຜູ້ຈັດການຝ່າຍການເງິນ ແລະ ບັນຊີ (ບໍລິສັດ SBA)

ວຽງໂຂງ ສຸລິຍະວົງ

ຜູ້ຈັດການຝ່າຍການເງິນ ແລະ ບັນຊີ (ບໍລິສັດ Ks)

ມິຖຸນາ ຫຼວງອາມາດ

ຜູ້ຈັດການຝ່າຍສະໜັບສະໜູນລູກຄ້າ

ສຸກິນດາ ປ່ຽງປັນຍາ

ຜູ້ຈັດການຝ່າຍບໍລິຫານ ແລະ ການຕະຫຼາດ