ຜະລິດຕະພັນ

ໜ້າຫຼັກ / ໂປຣແກຣມບັນຊີເອັສແອັກ (ລະບົບບັນຊີ ແລະ ລະບົບພິມໃບເກັບເງິນ ອມພ)

ຜະລິດຕະພັນ

ໂປຣແກຣມບັນຊີເອັສແອັກ (ລະບົບບັນຊີ ແລະ ລະບົບພິມໃບເກັບເງິນ ອມພ)

6,500,000 ກີບ

- ໂປຣແກຣມບັນຊີສໍາລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະທີ່ມີໃບອະນຸຍາດນໍາໃຊ້ ຊຸດຄໍາສັ່ງຄອມພິວເຕີທາງດ້ານການບັນຊີວິສາຫະກິດ ກົຄຸ້ມຄອງການບັນຊີ ກະຊວງການເງິນ
- ໂປຣແກຣມບັນຊີເອັສ-ແອັກ ເວີຊັ້ນ SAC Standard Edition (SAC SE) ສຳລັບບໍລິສັດດຽວ-ນຳໃຊ້ ແລະ ລາຍງານ ສອງພາສາ (ລາວ ແລະ ອັງກິດ) ເຄື່ອນໄຫວໄດ້ຫລາຍສະກຸນເງິນ ລາຍງານເປັນສະກຸນເງິນກີບ
- ລະບົບໂປຣແກຣມບັນຊີສໍາລັບການບັນທືກບັນຊີເພື່ອສ້າງເອກະສານລາຍງານການເງິນ (GL)
- ລະບົບພິມໃບເກັບເງິນອາກອນ ມູນຄ່າເພີ່ມ (ການຈັດການລະບົບ, ການກຳນົດລາຍການສິນຄ້າ
ໝວດ ຫົວໜ່ວຍ ແລະ ການລາຍງານກ່ຽວກັບໃບເກັບເງິນອາກອນມູນຄ່າເພີ່ມ
- ໂປຣແກຣມປະກອບດ້ວຍ: ລະບົບການກໍານົດຄ່າຂອງໂປຣແກຣມ, ລະບົບການບັນທຶກຍອດຍົກມາ, ລະບົບການບັນທຶກລານການເຄື່ອນໄຫວ, ລະບົບການລາຍງານ, ລະບົບການເປີດ-ປິດບັນຊີປະຈໍາປີ ແລະ ລະບົບຄວາມປອດໄພຂອງໂປຣແກຣມ
- ລາຍງານໃນໂປຣແກຣມ: ປຶ້ມບັນຊີປະຈໍາວັນ, ປຶ້ມບັນຊີໃຫຍ່ແຍກປະເພດ ແບບມີຍອດເຫຼືອ ແລະ ແບບບໍ່ມີຍອດເຫຼືອ, ໃບດຸ່ນດຽງທົ່ວໄປ, ໃບສັງລວມບັນຊີລາຍຮັບ-ລາຍຈ່າຍ, ໃບດຸ່ນດ່ຽງພາຍຫຼັງ ການສ້າງໃບລາຍງານຜົນການດໍາເນີນງານ, ໃບລາຍງານຜົນການດໍາເນີນງານ, ໃບລາຍງານຖານະການເງິນຊັບສິນ-ໜີ້ສິນ
- ຄໍາສັ່ງການນໍາໃຊ້ແລະລາຍງານໄດ້ 2 ພາສາ (ລາວ-ອັງກິດ), ບັນທືກລາຍການເຄື່ອນໄຫວ ໄດ້ທຸກສະກຸນເງິນ, ຜັງບັນຊີກໍານົດສະກຸນເງີນເຄື່ອນໄຫວໄດ້.
- ຂໍ້ມູນດ້ານເຕັກນິກ/Technical: ຂຽນ Microsoft Visual Studio, ໃຊ້ລະບົບຖານຂໍ້ມູນ Microsoft SQL Server, ໃຊ້ໃນລະບົບປະຕິບັດການ Windows ໃຊ້ໄດ້ກັບທຸກ Version, Support windows 32 bit & 64 bit, ນຳໃຊ້ໄດ້ແບບເຄື່ອງດຽວ Standalone, ແບບເຂືອຄ່າຍ LAN (Local Area Network) ແລະ ຮອງຮັບການນຳໃຊ້ຜ່ານລະບົບ Online

ຕິດຕໍ່ພວກເຮົາ