ບໍລິສັດ ເອັສ-ທຸລະກິດ ຊອບແວ ຈຳກັດ (ເອັສບີເອັສ) ແມ່ນບໍລິສັດຂອງລາວ ທີ່ເລີ້ມສ້າງຕັ້ງຂື້ນໃນປີ 2013, ທິມງານປະກອບດ້ວຍນັກວິຊາການດ້ານຄອມພິວເຕີແລະນັກບັນຊີ ທີ່ມີປະສົບການຊ່ຽວຊານໃນດ້ານການພັດທະນາໂປຣແກຣມບັນຊີ ບໍລິສັດເປັນບໍລິສັດໃນເຄືອຂ່າຍ ຂອງ ບໍລິສັດ ເອັສ-ທຸລະກິດການບັນຊີ ຈຳກັດ (ເອັສບີເອ) ເຊີ່ງສ້າງຕັ້ງຂື້ນໃນປີ 2009 ທີ່ພັດທະນາໂປຣແກຣມບັນຊີ ແລະການໃຫ້ບໍລິການບັນຊີ ທີ່ມີມາດຕະຖານແທດເໝາະກັບທຸລະກິດທົ່ວໄປ ທາງບໍລິສັດໄດ້ມີການພັດ ທະນາໂປຣແກຣມຢ່າງຕໍ່ເນື່ອງໂດຍອິງໃສ່ເຕັກນິກວິຊາການແລະຄວາມຊ່ຽວຊານ ໂດຍເນັ້ນຄຸນນະ ພາບຂອງໂປຣແກຣມແລະການບໍລິການເປັນຄວາມສຳຄັນໃຫ້ລູກຄ້າໃຊ້ປະໂຫຍດໄດ້ດີແລະຄຸ້ມຄ່າທີ່ສຸດ.
ບໍລິສັດ ເອັສບີເອັສ ອອກແບບມາສຳລັບການບໍລິການ ການຄຸ້ມຄອງວຽກຂອງທຸລະກິດພາຍໃນປະເທດ ທັງຂະໜາດນ້ອຍ, ຂະໜາດກາງ ແລະຂະໜາດໃຫຍ່ສຳລັບຫົວໜ່ວຍທຸລະກິດທົ່ວໄປ ປະຈຸບັນ ບໍລິສັດ ໄດ້ພັດທະນາໂປຣແກຣມບັນຊີ ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ທີ່ມີໃບອະນຸຍາດນຳໃຊ້ຊຸດຄຳສັ່ງທາງດ້ານການບັນຊີວິສາຫະກິດຈາກກົມຄຸ້ນຄອງການບັນ ຊີກະຊວງການເງິນ ພາຍໃຕ້ຊື່ “ໂປຣແກຣມບັນຊີ ເອັສ-ແອັກ (S-ACC ACCOUNTING SOFTWARE)”