ເອັ​ສ-ທຸ​ລະ​ກິດ · SAC Accounting

ບໍລິສັດ ເອັສ-ທຸລະກິດ ຊອບແວ ຈຳກັດ

SBS ດຳເນີນທຸລະກິດໃຫ້ບໍລິການແກ່ທຸລະກິດ ຂະໜາດນ້ອຍ, ຂະໜາດກາງ, ແລະ ຂະໜາດໃຫຍ່ - ສຳລັບນິຕິບຸກຄົນທົ່ວໄປ. ປະຈຸບັນ, ພັດທະນາໂປຣແກຣມບັນຊີ ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ທີ່ມີໃບອະນຸຍາດນຳໃຊ້ຊຸດຄຳສັ່ງທາງດ້ານການບັນຊີວິສາຫະກິດຈາກກົມຄຸ້ນຄອງການບັນຊີ ແລະ ກົມສ່ວຍສາອາກອນ ກະຊວງການເງິນ ພາຍໃຕ້ຊື່ “ ໂປຣແກຣມບັນຊີ ເອັສ-ແອັກ (SAC ACCOUNTING SOFTWARE)”

ເອັ​ສ-ທຸ​ລະ​ກິດ · SAC Accounting

ບໍລິສັດ ເອັສ-ທຸລະກິດການບັນຊີ ຈໍາກັດ

ເອັສບີ​ເອ​ SBA ມຸ່ງໝັ້ນທີ່ຈະໃຫ້ບໍລິການທີ່ມີຄຸນນະພາບ, ຖືກຕ້ອງ, ວ່ອງໄວ ແລະ ສ້າງມູນຄ່າເພີ່ມ, ໂດຍໃຫ້ຄວາມສຳຄັນເປັນພິເສດຕໍ່ການປະຕິບັດວຽກງານບັນຊີທີ່ຖືກຕ້ອງຕາມລະບຽບການຢ່າງເຄັ່ງຄັດ, ສອດຄ່ອງກັບມາດຕະຖານການບັນຊີຂອງ ສປປ ລາວ ແລະ ຂໍ້ກຳນົດທາງກົດໝາຍ.

ເອັ​ສ-ທຸ​ລະ​ກິດ · SAC Accounting

ບໍລິສັດ ເຄເອັສ ເອັນເຕີພາຍ ອິນໂຟ ໂຊລູຊັນ ຈຳກັດ

ຜູ້ໃຫ້ບໍລິການດ້ານການອອກແບບ ໂປຣແກຣມ ແລະ IT Network Solution ດ້ວຍການຄົ້ນຄ້ວາແລະບໍ່ຢຸດ ບໍລິສັດໄດ້ ພັດທະນາລະບົບໂປຣແກຣມ ໂປຣແກຣມບັນຊີ, ໂປຣແກຣມສາງ, ໂປຣແກຣມຂາຍສິນຄ້າ, ໂປຣແກຣມຮ້ານອາຫານ, ໂປຣແກຣມອື່ນໆ

ເອັ​ສ-ທຸ​ລະ​ກິດ · SAC Accounting

ໂປຣແກຣມບັນຊີເອັສແອັກ

ໂປຣແກຣມບັນຊີ ສຳລັບ ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ແລະ ມີລະບົບພິມໃບເກັບເງິນອາກອນມູນຄ່າເພີ່ມ ທີ່ໄດ້ຮັບໃບອະນຸຍາດໂປຣແກຣມບັນຊີ ລະບົບປັບປຸງໃໝ່ ຈາກກົມຄູ້ມຄອງການບັນຊີ ແລະ ມີໃບຢັ້ງຢືນຮັບຮອງມາດຕະຖານ, ໃບອະນຸຍາດນຳໃຊ້ເຄື່ອງບັນທຶກການຂາຍ ຈາກກົມສ່ວຍສາອາກອນ ກະຊວງການ

ການບໍລິການ

ການບັນທຶກບັນຊີແລະສະຫຼຸບບັນຊີປະຈໍາເດືອນ

ບັນທືກລາຍການເຄື່ອນໄຫວລາຍການການຄ້າ ປະຈຳເດືອນ ບັນທືກບັນຊີໃນປື້ມປະຈຳວັນ, ກວດກາລາຍການເຄື່ອນໄຫວປື້ມບັນຊີຕ່າງໆ: ປື້ມບັນຊີເງິນສົດ, ປື້ມບັນຊີເງິນຝາກທະນາຄານ, ບັນຊີຕິດຕາມໜີ້ຕ້ອງຮັບ, ບັນຊີໜີ້ຕ້ອງສົ່ງ, ບັນຊີສາງ, ບັນຊີຊັບສົມບັດຄົງທີ່-ຫັກຄ່າຫຼຸ້ຍຫ້ຽນ, ກວດກາບັນທຶກລາຍການແຈ້ງເສຍພາສີ-ອາກອນ ແລະ ລາຍການອື່ນໆທີ່ກ່ຽວຂ້ອງກັບການບັນທຶກບັນຊີ ເພື່ອສ້າງເອກະສານລາຍງານການເງິນ ໂດຍອິງຕາມຂໍ້ມູນທັງໝົດທີ່ຈຳເປັນ ແລະ ລາຍງານຈະອິງໃສ່ຄວາມຄົບຖ້ວນສົມບູນຂອງຂໍ້ມູນທີ່ມີ ເພື່ອສ້າງເອກະສານລາຍງານບັນຊີ : ປື້ມປະຈຳວັນທົ່ວໄປ, ປື້ມບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງບັນຊີ, ໃບລາຍງານຜົນການດຳເນີນງານ, ໃບລາຍງານຖານະການເງິນ ຊັບສິນ-ໜີ້ສິນ ແລະລາຍງານຊ້ອນທ້າຍອື່ນໆ ໂດຍສອດຄ່ອງກັບລະບຽບຫລັກການແມ່ນອິງໃສກົດລະບຽບທີ່ກ່ຽວຂ້ອງກັບວຽກງານດ້ານບັນຊີທີ່ນຳໃຊ້ໃນປະຈຸບັນ.  ບັນທຶກລາຍການຄ້າປະຈຳເດືອນຕາມປະເພດລາຍການປະຈຳວັນ: ປະຈຳວັນຂາຍ, ປະຈຳວັນຊື້, ປະຈຳວັນຮັບເງິນ, ປະຈຳວັນຈ່າຍເງິນ, ປະຈຳວັນຄັງເງິນສົດຍ່ອຍ, ປະຈຳວັນທົ່ວໄປ.  ສ້າງລາຍງານປື້ມປະຈຳວັນ: ປື້ມປະຈຳວັນທົ່ວໄປ, ປື້ມບັນຊີໃຫຍ່ແຍກປະເພດ, ໃບດຸ່ນດ່ຽງບັນຊີ.  ສ້າງເອກະສານລາຍງານການເງິນ ປະຈຳເດືອນ, ງວດ ແລະ ປີ (ໃບລາຍງານຜົນໄດ້ຮັບ, ໃບສະຫຼຸບຊັບສົມບັດ, ແລະລາຍງານຊ້ອນທ້າຍອື່ນໆ) ໂດຍສອດຄ່ອງກັບມາດຕະຖານບັນຊີລາວທີ່ປະກາດໃຊ້ໃນປັດຈຸບັນ.  ສ້າງລາຍງານບັນຊີລະອຽດ ຊຄທ ແລະການຫັກຄ່າຫຼຸ້ຍຫ້ຽນ  ສ້າງລາຍງານບັນຊີສາງສິນຄ້າ ແລະ ສາງເຄື່ອງໃຊ້  ສ້າງລາຍງານກ່ຽວກັບບັນຊີຕົ້ນທຶນການຜະລິດ  ສ້າງລາຍງານກ່ຽວກັບການປະຕິບັດພັນທະອາກອນ  ສ້າງລາຍງານຊ້ອນທ້າຍອື່ນໆ

ອ່ານຕື່ມ

ບໍລິການ ຈັດວາງລະບົບບັນທຶກບັນຊີ

ການວາງລະບົບັນທຶກບັນຊີເພື່ອວັດຖຸປະສົງໃນການເກັບກຳຂໍ້ມູນທາງບັນຊີແລະການເງີນເຊີ່ງປະກອບໄປດ້ວຍເອກະສານຕ່າງໆ ບັນທຶກທາງບັນຊີລາຍງານເພື່ອຊ່ວຍໃຫ້ພາກສ່ວນການດຳເນີນວຽກງານສາມາດປະຕິບັດໜ້າທີ່ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ບັນລຸ ໄປດ້ວຍດີ ສຳລັບໃຊ້ເປັນເຄື່ອງມືວັດແທກຜົນຂອງການດຳເນີນງານໃນຮອບໄລຍະເວລາທີ່ຜ່ານມາ ແລະທັງທຸລະກິດຈຳເປັນຕ້ອງມີລະບົບບັນຊີທີ່ດີເພື່ອທີ່ຈະເປັນເຄື່ອງມືຂອງພະແນກບໍລິຫານໃນດ້ານການຄຸ້ມຄອງການດຳເນີນວຽກງານໃຫ້ເປັນໄປຕາມວັດຖຸປະສົງ.  ກຳນົດສາລະບານບັນຊີ ຂອງກິດຈະການໂດຍສອດຄ່ອງກັບມາດຕະຖານບັນຊີລາວ  ກຳນົດສາລະບານບັນຊີລາວຂອງກິດຈະການໂດຍສອດຄ່ອງກັບມາດຕະຖານບັນຊີສະເພາະຂອງກິດຈະການ (ສຳລັບກິດຈະການທີ່ມີສາລະບານບັນຊີສະເພາະ)  ກຳນົດຄ່າເບື້ອງຕົ້ນລະບົບໂປຣແກຣມເພື່ອບັນທຶກບັນຊີ  ກຳນົດວິທີການເບື້ອງຕົ້ນໃນການບັນທຶກບັນຊີ  ກຳນົດແບບຟອມພື້ນຖານສຳລັບວຽກບັນຊີ ແລະ ວິທີການເອກະສານ  ກຳນົດແຟ້ມຈັດເກັບຂໍ້ມູນເອກະສານການບັນທຶກບັນຊີ ແລະເອກະສານຕິດຕາມບັນຊີ  ກຳນົດໄຟເອັກເຊລປະກອບການຕິດຕາມວຽກທີ່ກ່ຽວຂ້ອງກັບການບັນທຶກບັນຊີ  ກວດກາແລະບັນທຶກລາຍການຍອດຍົກມາເບື້ອງຕົ້ນ (ສຳລັບກິດຈະການທີ່ມີເອກະສານລາຍງານປີຜ່ານມາ)  ວິເຄາະລາຍການປະກອບທຶນເບື້ອງຕົ້ນເພື່ອຕັ້ງບັນຊີ (ສຳລັບກິດຈະການເປີດໃໝ່)  ກຳນົດຮູບແບບຂອງການລາຍງານບັນຊີ (ໂດຍສອດຄ່ອງກັບລະບຽບການທີ່ນຳໃຊ້ໃນປະຈຸບັນ)

ອ່ານຕື່ມ

ຝຶກອົບຮົມ

ເບິ່ງທັງໝົດ

ທີມງານ

ບຸນຄ້ຳ ສຸລິຍະວົງ

ຜູ້ອຳນວຍການ / ສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA)-(ບໍລິສັດ SBS)

ບຸນມີ ກຸນລາດ

ຜູ້ອຳນວຍການ / ຝ່າຍພັດທະນາຊອບແວ ແລະ ໂຄງການ (ບໍລິສັດ Ks)

ສອນໄຊ ວົງພູທອນ

ຜູ້ອຳນວນການ / ສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA)-(ບໍລິສັດ SBA)

ອຸໄທ ສຸລິຍະວົງ

ຮອງຜູ້ອຳນວຍການ / ຝ່າຍພັດທະນາຊອບແວ ແລະ ໂຄງການ (ບໍລິສັດ SBS)

ວົງວິໄລ ສຸລິຍະວົງ

ຜູ້ຈັດການຝ່າຍການເງິນ ແລະ ບັນຊີ / ສະມາຊິກ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບລາວ (LCPAA)-(ບໍລິສັດ SBS)

ລັດສະໝີ ສຸລິຍະວົງ

ຜູ້ຈັດການຝ່າຍການເງິນ ແລະ ບັນຊີ (ບໍລິສັດ SBA)

ວຽງໂຂງ ສຸລິຍະວົງ

ຜູ້ຈັດການຝ່າຍການເງິນ ແລະ ບັນຊີ (ບໍລິສັດ Ks)

ມິຖຸນາ ຫຼວງອາມາດ

ຜູ້ຈັດການຝ່າຍສະໜັບສະໜູນລູກຄ້າ

ສຸກິນດາ ປ່ຽງປັນຍາ

ຜູ້ຈັດການຝ່າຍບໍລິຫານ ແລະ ການຕະຫຼາດ